ຄວາມຕ້ອງການອາຍແກັສທົ່ວໂລກ ມີທ່າອ່ຽງຫຼຸດລົງ
ສຳນັກຂ່າວຫວຽດນາມນິວ ລາຍງານວັນທີ 12 ຕຸລາ ນີ້ວ່າ: ວັນທີ 11 ຕຸລາ, ອົງການພະລັງງານສາກົນ (IEA) ເປີດເຜີຍວ່າ: ຄວາມ
ຕ້ອງການ ອາຍແກັສ ທົ່ວໂລກມີທ່າອ່ຽງເຕີບໂຕຊ້າລົງ ລະຫວ່າງ ປີ 2022-2026 ຫລັງຈາກຂະຫຍາຍຕົວຢ່າງເຂັ້ມແຂງໃນໄລຍະ
ຜ່ານມາ ແລະ ມີສ່ວນສົ່ງເສີມການເຕີບໂຕຂອງຄວາມຕ້ອງການພະລັງງານທົ່ວໂລກ ປະມານ 40%.
ຂະນະທີ່ການນຳໃຊ້ ອາຍແກັສ ໂດຍລວມໃນຕະຫຼາດ ອາຊີ-ປາຊີຟິກ, ເອີຣົບ ແລະ ອາເມຣິກາເໜືອ ມີທ່າອ່ຽງຫລຸດລົງ ຍ້ອນຜົນ
ຈາກການໃຊ້ພະລັງງານໝູນວຽນ ແລະ ມາດຕະຖານປະສິດທິພາບທາງພະລັງງານ ທີ່ພັດທະນາດີຂຶ້ນ ໂດຍຕະຫຼາດອາຊີ ທີ່ເຕີບໂຕວ່ອງ
ໄວ ແລະ ກຸ່ມປະເທດແຫ່ງອາຍແກັສ ໃນອາຟຣິກກາ ແລະ ຕາເວັນອອກກາງ ຈະເປັນຜູ້ນຳການເຕີບໂຕຂອງຄວາມຕ້ອງການ ອາຍແກັສ
ທົ່ວໂລກ.
ຂະນະທີ່ ເອີຣົບ ມີທ່າອ່ຽງການນຳໃຊ້ ອາຍແກັສ ຫລຸດລົງ 5% ໃນປີນີ້, ສາເຫດຫລັກແມ່ນຈາກການຊົມໃຊ້ ອາຍແກັສ ຫຼຸດລົງ
ໃນພາກພະລັງງານ ເຊິ່ງຫລຸດລົງເກືອບ 15% ທ່າມກາງການຂະຫຍາຍຕົວຢ່າງວອງໄວຂອງພະລັງງານໝູນວຽນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/10/2023